ກ່ຽວກັບ ຄຊກລ
ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ສ້າງຕັ້ງຂຶ້ນໃນປີ 2005 ແລະ ເລີ່ມປະຕິບັດງານກາງປີ 2006.
ເປົ້າໝາຍ
"ເພື່ອໃຫ້ປະຊາຊົນທັງໝົດໃນລາວ ສາມາດດຳລົງຊີວິດຢ່າງປອດໄພຈາກໄພຂົ່ມຂູ່ຂອງລະເບີດບໍ່ທັນແຕກ, ຊ່ວຍສົ່ງເສີມການພັດທະນາປະເທດຊາດ."
ພາລະໜ້າທີ່ຫຼັກ
01
ວາງທິດທາງຍຸດທະສາດ ແລະ ສ້າງນະໂຍບາຍ
ພັດທະນານະໂຍບາຍ ແລະ ມາດຕະຖານດ້ານວິຊາການ 24 ສະບັບ.
02
ການຮັບຮອງອົງການປະຕິບັດງານ
ຮັບຮອງ ແລະ ຕິດຕາມອົງການທີ່ປະຕິບັດງານກຳຈັດ UXO.
03
ການປະສານງານວຽກປະຕິບັດງານ
ປະສານງານວຽກງານທັງໝົດໃນຂະແໜງ UXO ທົ່ວປະເທດ.
04
ການຄຸ້ມຄອງ ແລະ ວິເຄາະຂໍ້ມູນ
ຄຸ້ມຄອງລະບົບ IMSMA ສຳລັບຂໍ້ມູນວຽກງານ UXO.
ຂັ້ນສູນກາງປະກອບມີບັນດາທ່ານ
| 1. ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ | ເປັນປະທານ ຄຊກລ |
| 2. ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ | ເປັນຮອງປະທານ |
| 3. ທ່ານ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ | ເປັນຮອງປະທານ |